ການສະໜັບສະໜູນຈັດການຊົ່ວຄາວແມ່ນຫຍັງ?
ມີການຈັດການບໍລິການດ້ານບໍລິຫານ ແລະ ການບໍລິການດ້ານການໃຫ້ຄຳປຶກສາຮ້ອງທຸກແກ່ທັງຜູ້ຈ້າງງານ ແລະ ຄົນງານຕ່າງດ້າວ ເພື່ອສະໜັບສະໜູນໃຫ້ແກ່ການປັບຕົວເຂົ້າໃນສະພາບແວດລ້ອມຂອງການດຳລົງຊີວິດ ແລະ ສະພາບການເຮັດວຽກອັນໃໝ່ໃຫ້ໄດ້ໄວ?
ເປົ້າໝາຍ
- ຜູ້ຈ້າງງານ ແລະ ຄົນງານຕ່າງດ້າວ ຜູ້ທີ່ມີຂໍ້ຂັດແຍ່ງທາງແຮງງານ ຫລື ສາຍພົວພັນລະຫວ່າງຜູ້ຈ້າງງານກັບຄົນງານ
ຈະສະໜັບສະໜູນຫຍັງ
- ການໄກ່ເກ່ຍຄວາມຫຍຸ້ງຍາກ ແລະ ຂໍ້ຂັດແຍ່ງຢູ່ໃນສະຖານທີ່ເຮັດວຽກ: ໃຫ້ການບໍລິການສະໜັບສະໜູນການບໍລິຫານເຊັ່ນ: ການໄກ່ເກ່ຍຄວາມຫຍຸ້ງຍາກຕ່າງໆລະຫວ່າງ ຜູ້ຈ້າງງານ ແລະ ຄົນງານໃນສະຖານທີ່ເຮັດວຽກ
- ການໃຫ້ຄຳປຶກສາເລື່ອງຂໍ້ຫຍຸ້ງຍາກຂອງການດຳລົງຊີວິດໃນເກົາຫລີ ແລະ ການໃຫ້ຄຳປຶກສາທາງດ້ານຖືກກົດໝາຍ: ໃຫ້ການບໍລິການຄຳປຶກສຶກສາບັນຫາຄອບຄົວ, ບັນຫາການປັບຕົວ, ພາສາ, ການຖືກທຳຮ້າຍຮ່າງກາຍ, ການຖືກຄຸກຄາມທາງສິດທິມະນຸດ, ທາງອາຍາ/ທາງແພ່ງໃນໄລຍະທີ່ຄົນງານຕ່າງດ້າວພັກອາໄສຢູ່ໃນເກົາຫລີ.
- ໃຫ້ການບໍລິການສະໜັບສະໜູນ ການບໍລິຫານ: ການລາຍງານການປະຕິບັດ ຫລື ຂະບວນການລົງທະບຽນຕາມກົດໝາຍທີ່ກ່ຽວຂ້ອງໃນຖານະເປັນຕົວແທນ.
- ການສະໜັບສະໜູນການເດີນທາງ: ໃຫ້ການບໍລິການສະໜັບສະໜູນການເດີນທາງແກ່ຄົນງານຕ່າງດ້າວຜູ້ທີ່ໝົດກຳໜົດໃນການພັກເຊົາ, ຜູ້ທີ່ຈະເດີນທາງໄລຍະສັ້ນເຊັ່ນ: ເດີນທາງໄປພັກຜ່ອນຊົ່ວຄາວ, ການເດີນທາງກ່ອນໄລຍະພັກເຊົາຈະໝົດອາຍຸ.
- ການບໍລິການໃນກໍລະນີເກີດອຸປະຕິເຫດໃນເວລາທຳງານ/ໄພພິບັດຕ່າງໆ: ໃຫ້ບໍລິການໃນກໍລະນີທີ່ມີການສືບສວນ, ການສືບສວນຫາຄວາມຈິງ, ການຂໍຄຳປຶກສາຈາກອຳນາດສານ, ການຮ້ອງຂໍຄ່າປະກັນໄພ, ມູນຄ່າການຊຳລະ, ການຈັດງານສົບ ແລະ ການເຄື່ອນຍ້າຍສົບ
ຈະສະໝັກແນວໃດ
- ໂທຫາ ຫລື ຕິດຕໍ່ໂດຍກົງທີ່ຫ້ອງການສາຂາຂອງ HRD ເກົາຫລີ (1577-0071)
ຂະບວນການຄຸ້ມຄອງໄລຍະສັ້ນ
- 1. ສະໝັກເອົາການບໍລິການ
- 2. ການປຶກສາ ແລະ ການສືບສວນຫາຄວາມຈິງ
- 3. ການໄກ່ເກ່ຍ
- 4. ການລາຍງານຕໍ່ອຳນາດສານ
- 5. ການສະຫຼຸບ
ຄ່າທຳນຽມ