ການເຂົ້າ ສ. ເກົາຫລີ
CCVI (ໜັງສືຢັ້ງຢືນ ການເຮັດວີຊ່າ) ແລະ ວີຊ່າ
- ໃນເມື່ອມີສັນຍາແຮງງານຮ່ວມລະຫວ່າງຜູ້ຈ້າງງານກັບຄົນງານຕ່າງດ້າວ, ຜູ້ຈ້າງງານທັງຫລາຍສາມາດສະໝັກຂໍໜັງສືຢັ້ງຢືນ CCVI ເພື່ອການເຮັດວີຊ່າໃຫ້ແກ່ຄົນງານຕ່າງດ້າວຈາກກະຊວງຍຸຕິທຳຂອງ ສ. ເກົາຫລີ. ກະຊວງຍຸຕິທຳຈະອອກໜັງສືຢັ້ງຢືນ CCVI ສໍາລັບການເຮັດວີຊ່າໃຫ້ຫລັງຈາກກວດສອບຄົນງານຕ່າງດ້າວແຕ່ລະຄົນ.
- ຄົນງານຕ່າງດ້າວຜູ້ທີ່ໄດ້ຮັບໜັງສືຢັ້ງຢືນ CCVI ສຳລັບການເຮັດວີຊ່າສາມາດຂໍເຮັດວີຊ່າໄດ້ທີ່ສະຖານທູດ ສ. ເກົາຫລີ ປະຈຳ ສປປ ລາວ ໂດຍຜ່ານຫ້ອງການໜ່ວຍງານຈັດສົ່ງ ຂອງເກົາຫລີໃນ ສປປ ລາວ
ການຂຶ້ນແຜນເດີນທາງໄປ ສ. ເກົາຫລີ
- ຜູ້ທີ່ໄດ້ວີຊ່າແລ້ວຄວນກະກຽມການເດີນທາງໄປ ສ. ເກົາຫລີຕາມວັນທີທີ່ທາງຫ້ອງການ HRD ເກົາຫລີໃນ ສປປ ລາວ ກໍານົດໃຫ້ ໂດຍອີງໃສ່ວັນທີທີ່ກຳນົດໃນປີ້ຍົນ
- ສັນຍາແຮງງານ ແລະ ໜັງສືຢັ້ງຢືນການກວດສຸຂະພາບຕ້ອງໄດ້ຖືໄປນຳໃນຕອນເດີນທາງໄປ ສ. ເກົາຫລີ
ການເຂົ້າ ສ. ເກົາຫລີ ແລະ ການຝຶກງານ
- ເມື່ອເວລາເຂົ້າ ສ. ເກົາຫລີ, ຄົນງານຕ່າງດ້າວຈຳເປັນຕ້ອງໄດ້ນຸ່ງຊຸດເຄື່ອງແບບພ້ອມທັງຕິດກາຊື່ທີ່ທາງໜ່ວຍງານຈັດສົ່ງຂອງ HRD ເກົາຫລີໃນ ສປປ ລາວ ແຈກຢາຍໃຫ້ກ່ອນໜ້ານັ້ນໃສ່ເສື້ອ
- ຄົນງານຕ່າງດ້າວທີ່ເດີນທາງໄປ ສ. ເກົາຫລີໃນວັນທີທີ່ທາງ HRD ເກົາຫລີໃນ ສປປ ລາວ ກຳນົດໃຫ້ຄວນໄປແນະນຳຕົວຕໍ່ສູນຝຶກງານຫລັງຈາກເຂົ້າສະໜາມບິນເປັນປົກກະຕິຕາມການແນະນຳຂອງ HRD ເກົາຫລີ.
- ຄົນງານຕ່າງດ້າວຕ້ອງສຳເລັດການຝຶກອົບຮົມການເຮັດວຽກພາຍໃນ 20 ຊົ່ວໂມງ (3 ມື້ 2 ຄືນ) ຫລັງຈາກເຂົ້າ ສ. ເກົາຫລີ