ພັນທະທາງກົດໝາຍ
ການສຳເລັດການຝຶກງານ
- ຄົນງານຕ່າງດ້າວທຸກຄົນຕ້ອງໄດ້ສຳເລັດການຝຶກກງານທີ່ດຳເນີນໂດຍສະຖາບັນຝຶກງານທີ່ຮັບເອົາຜູ້ກ່ຽວໄປ ສ. ເກົາຫລີ
ການກວດສຸຂະພາບ
- ຄົນງານຕ່າງດ້າວທຸກຄົນຕ້ອງໄດ້ກວດສຸຂະພາບໃນຊ່ວງທີ່ຝຶກງານ
- ສຳລັບຜູ້ທີ່ກວດສຸຂະພາບບໍ່ຜ່ານຕ້ອງໄດ້ກວດອີກຄັ້ງທີສອງ. ຖ້າຜູ້ກ່ຽວຍັງກວດສຸຂະພາບບໍ່ຜ່ານໃນຄັ້ງທີສອງ, ຜູ້ກ່ຽວຕ້ອງໄດ້ກັບບ້ານ.
ການລົງທະບຽນປະກັນໄພໃນ 4 ສາຂາໃຫຍ່ຂອງ EPS
- ຄົນງານຕ່າງດ້າວຕ້ອງໄດ້ລົງທະບຽນປະກັນໄພກັບ 4 ສາຂາໃຫຍ່ຂອງ EPS ໃນຊ່ວງເວລາຝຶກງານ (ການປະກັນໄພຄ່າໃຊ້ຈ່າຍຜົນຕອບແທນ, ປະກັນໄພຄວາມເສຍຫາຍ)
- ການປະກັນໄພຄ່າໃຊ້ຈ່າຍຜົນຕອບແທນແມ່ນສຳລັບປີ້ຍົນເວລາຄົນງານຕ່າງດ້າວເດີນທາງກັບບ້ານ
- ການປະກັນໄພຄວາມເສຍຫາຍແມ່ນລວມການບາດເຈັບບໍ່ໄດ້ເກີດຈາກຕອນເຮັດວຽກ ແລະ ການຕິດເຊື້ອພະຍາດອື່ນໆ
ການຕໍ່ອາຍຸຂອງສັນຍາແຮງງານ ແລະ ການອະນຸຍາດຕໍ່ໄລຍະເວລາເຮັດວຽກ
- ໃນເມື່ອສັນຍາແຮງງານໝົດກຳນົດ, ສັນຍາແຮງງານຄວນໄດ້ຮັບການຕໍ່. ຖ້າສັນຍາແຮງງານໄດ້ຮັບການຕໍ່ແລ້ວ, ການຕໍ່ໄລຍະເວລາເຮັດວຽກຕ້ອງໄດ້ຮັບອະນຸຍາດຈາກຫ້ອງການກວດຄົນເຂົ້າເມືອງຂອງເຂດນັ້ນໆ
ການປ່ຽນບ່ອນເຮັດວຽກ
- ຜູ້ໃຊ້ແຮງງານຕ້ອງເລີ່ມເຮັດວຽກໃນບໍລິສັດທີ່ຕົນເອງໄດ້ເຊັນສັນຍາແຮງງານ
- ຜູ້ໃຊ້ແຮງງານບໍ່ສາມາດປະຖີ້ມບ່ອນເຮັດວຽກຂອງຕົນ ໂດຍປະສະຈາກເຫດຜົນສຳອັນສົມຄວນລັບການໄປເຮັດວຽກບ່ອນໃໝ່
- ການຍ້າຍບ່ອນເຮັດວຽກແມ່ນມີຄວາມຈຳກັດ